วันพุธที่ 28 มกราคม พ.ศ. 2558

Pakse Trip(Champhasak, Laos) ທ່ຽວປາກເຊ, ລາວ

Pakse Trip

ຮູບຕອນກັບຈາກປາກເຊ
ສະບາຍດີ! ນີ້ຄືໂພດທຳອິດຂອງຂ້ອຍໃນບຼອກໃໝ່ຂ້ອຍ, ແລະທິບນີ້ກໍ່ແມ່ທິບທຳອິດທີ່ໄປຢ້ຽມຢາມປາກເຊ ແຂວງຈຳປາສັກ(ຂຽນເລື່ອງບໍ່ເກັ່ງ ແຕ່ເລົ່າເລື່ອງນີ້ເກັ່ງ :) ), ຊື່ງຂ້ອຍໄດ້ວາງແຜນໄວ້ກ່ອໜ້ານີ້ອາທິດໜື່ງວ່າວັນພັກປີໃຫມ່ສາກົນນີ້(27/12-04/01 New year 2015)ຈະໄປໃສຫຼັງຈາກເຮັດວຽກເມື່ອຍໆມາຫຼາຍມື້ ດັ່ງນັ້ນຂ້ອຍຈື່ງລາພັກອາທິດໜື່ງເຕັມໆແບກເເພກໄປກັບໝູ່ຄົນໜື່ງໂດຍບໍ່ໄດ້ວາງແຜນຫຍັງຫຼາຍມີແຕ່ຕ້ອງກັບມາໃຫ້ທັນມື້ເຮັດວຽກປີໜ້າກະພໍ 555++ ທິບນີ້ເປັນອີກທີບໜື່ງທີ່ມ່ວນຫຼາຍຕັ້ງແຕ່ອອກເດີນທາງຈາກນະຄອນຫຼວງວຽງຈັນແລ້ວ ຂື້ນລົດຜິດຄັນ 555 ດ້ວຍຄວາມຢາກລອງແນວແປກໆແນ່ ລະກະຟ້າວແນ່ ຕອນທຳອິກຄິດວ່າຈະຂີ່ລົດນອນໄປຄືຊິສະບາຍ ແຕ່ພໍໄປຮອດຄິດລົດ ສຳພັດເຫັນລົດເຊກອງທຳມະດາກຳລັງຊິອອກ ກໍເລີຍລອງຂີ່ເບີ່ງເພາະເຈົ້າຂອງລົດວ່າໄປລົງປາກເຊຄືກັນ ຂ້ອຍກໍເລີຍໃຫ້ໝູ່ຂື້ນໄປສຳຫຼວດລົດກ່ອນວ່າມີບ່ອນວ່າງບໍ່ ໝູ່ກໍເລີຍຂື້ນໄປເບີ່ງເພີ່ນກະວ່າຍັງມີບ່ອນຫວ່າງຫຼາຍທາງຫຼັງ ຂ້ອຍກະເລີຍໂອເຄ ໄປຊື້ປີ້ລົດ ແຕ່ໆໆໆ ພໍແຕ່ຂື້ນລົດໄປ 5555 ຂ້ອຍຮ້ອງຂື້ນເລີຍ OMG! ແມ່ນລົດຂົນຄົນ ຫຼື ຂົນເຄື່ອງນິ 555+ ເພາະອີກເຄີ່ງລົດແມ່ນມີແຕ່ເຄື່ອງ ແລະທາງລຸ່ມຂອງລົດກໍ່ເຊັ່ນກັນ ບໍ່ຮູ້ແນວຈະວ່າເົ້ວາກັບບັກໝູ່ເລີຍ ວ່າມັນໂອເຄບ່ອນໃດ 555+(ໝູ່ຂ້ອຍເປັນຄົນມັກເມົາລົດ)  ຄິດຢູ່ໃນໃຈວ່າມັນຕ້ອງຂາຍເຂົ້າປຽກເຂົ້າໄປນຳທາງແຫຼະ ແຕ່ກະຢ່າມັນມັນເລືອກເອງ 555+ ພໍແຕ່ໄດ້ບ່ອນນັ່ງ"ວິໄອພີ" ທາງຫຼັງເກືອບສຸດເພາະບໍ່ມີໃຜນັ່ງ(ມີແຕ່ເຄື່ອງພຽງເພດານລົດ) ຄິດວ່າຄືຊິບໍ່ມີຄົນມາຍາດນັ່ງນຳອີກແລ້ວ 

ไม่มีความคิดเห็น:

แสดงความคิดเห็น